ສະແດງເພງໃດກໍ່ດັງກັບເນັດໄອດໍ້ຄົນນີ້| OhDaraLaos


ຖ້າເຫັນຮູບນ້ອສາວຄົນນີ້ແອັດເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກນາງກັບ ນ້ອງ ແກ້ວຕາ ພອນປະເສີດ ດາລາ,ເນັດໄອດໍ້ຂວັນໃຈໄວລຸ້ນລາວ ຖືວ່ານ້ອງເປັນຄົນໜຶ່ງໃນວົງການທີ່ມີຄວາມສາມາດຫຼາຍດ້ານແຕ່ທີ່ໂດດເດັ່ນໂດຍສະເພາະແມ່ນເລື່ອງການສະແດງ ຜົນງານທີ່ຜ່ານມາບໍ່ວ່າຈະເປັນໜັງ ຫຼື ເອັມວີເພງ ທີມງານໃນກອງລວມເຖິງໂປຣດິວເຊີ້ຕ່າງກໍ່ຍ້ອງເປັນສຽງດຽວກັນວ່ານ້ອງເພິ່ນເປັນນັກສະແດງເຈົ້າບົດບາດ,ບົດມີຄວາມສຸກກະເຮັດໃຫ້ຟິນຕາມ ບົດເສົ້າສັ່ງໄຫ້ນ້ຳຕາກະໄຫຼໂລດ (ເລີດ) ບວກກັບຄວາມໜ້າຮັກສົດໄສ ແລະ ເປັນກັນເອງຂອງນ້ອງຈຶ່ງເຮັດໃຫ້ທຸກຄົນທີ່ໄດ້ຮ່ວມງານນຳຕ່າງກໍ່ປະທັບໃຈ ປີທີ່ຜ່ານມາຈົນຮອດຕອນນີ້ນ້ອງເອງກໍ່ຮັບບົດການສະແດງມາຕໍ່ເນື່ອງ ຫຼັກໆກະແມ່ນ ເອັມວີເພງ ຫຼິ້ນເພງໃດກໍ່ດັງເພງນັ້ນຈະ ປັງອີ່ຫຼີ ບໍ່ວ່າຈະເປັນເພງ ໝັ້ນໜ້າ ຂອງ GB2 BoyBrand ລາວຮອດ 100,000ວິວພາຍໃນບໍ່ຮອດເດືອນ,2018 ກັບເພງ ໝາວັດ ຂອງສິນລະປິນດັງໃນໄທ ລຳເພີນ ວົງສະກອນ 16,000,000ວິວ ແລະ ປີທີ່ຜ່ານມາແມ່ນເພງຂອງ ໄຜ່ ພົງສະທອນ ກັບເພງ ອ້າຍເກັ່ງກະດໍ້ ດັງຮອດປະຈຸບັນ ວິວສູງສຸດ 40,000,000ລ້ານແລ້ວ ຫຼ້າສຸດນ້ອງກໍ່ໄດ້ຮັບບົດນາງເອກເອັມວີຂອງ ນ້ຳຝົນ ອິນທະວົງ ກັບເພງໃໝ່ຫຼ້າສຸດທີ່ຫາກໍ່ປ່ອຍ Teasher ໃນ 2ມື້ທີ່ຜ່ານມານີ້ ຖ້າເຈົ້າບໍ່ພໍ ເພງມ່ວນ ເອັມວີດີ ສິປ່ອຍເຕັມໃນວັນທີ 18ນີ້ ຖ້າຕິດຕາມໄດ້.. (ໃຜຢາກຮັບຊົມແຕ່ລະຜົນງານຂອງນ້ອງດຽວແອັດສິແປະລິ້ງໄວ້ໃຫ້ເດີ້ຄະ)

ໝັ້ນໜ້າ https://www.youtube.com/watch?v=Ys9LLI5Rizg

ໝາວັດ https://www.youtube.com/watch?v=_pux_nGbjDI

ອ້າຍເກັ່ງກະດໍ້ https://www.youtube.com/watch?v=HVgg2D8-cKw

ຖ້າເຈົ້າບໍ່ພໍ https://www.youtube.com/watch?v=H7FwdJP-HWk

ຈັ່ງໃດກະຝາກຕິດຕາມນ້ອງແກ້ວຕາແນ່ເດີ້ ສົ່ງເສີມຄົນລາວທີ່ມີຄວາມສາມາດນຳກັນ

Keota Facebook https://www.facebook.com/kaowta.pornprasert.3

Follow Me: https://www.facebook.com/oohdara/

#OhDara
#GOODGIRL


ຕອບກັບ

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

Connecting to %s