
ມາແຮງແຊງໂຄ້ງອີ່ຫຼີກັບເພງ ຖ້າເຈົ້າບໍ່ພໍ ຂອງສາວ ນ້ຳຝົນ ອິນທະວົງບອກໄດ້ເລີຍວ່າກຳລັງເປັນທີ່ນິຍົມໃນວົງການເພງລາວໃນປະຈຸບັນ ເພາະຫາກໍ່ປ່ອຍເພງໄດ້4ມື້ເທົ່ານັ້ນ ຍອດວິວທະລຸເປົ້າທີ່ຕັ້ງໄວ້ເຖິງ 100.000ວິວກັນເລີຍ ຖືວ່າວິວກຳລັງເດັ້ງຂຶ້ນເລື້ອຍໆນຳກົ້ນນຳກອຍເພງລຸ້ນອ້າຍເຊັ່ນໜຸ່ມຕ່າຍ ອາກາດ ທີ່ຕອນນີ້ວິວສູງເຖິງ 3.000.000ວິວແລ້ວ ກັບມາທີ່ເພງຂອງສາວນ້ຳຝົນ ເພງຖ້າເຈົ້າບໍ່ພໍຂອງສາວນ້ຳຝົນນີ້ກໍ່ຖືວ່າມ່ວນຕິດຫູ ດ້ວຍເນື້ອເພງທີ່ຖືກກັບຊີວິດຂອງໃຜຫຼາຍຄົນໃນໄລຍະນີ້ ແລະ ດົນຕຣີທີ່ຟັງງ່າຍ ຕິດຫູ ຟັງບໍ່ເບື່ອ ແລະ ອີກ1ເຫດຜົນທີ່ຂາດບໍ່ກະແມ່ນນັກສະແດງນິແຫຼະ ມີແຕ່ຄົນດັງ ໜ້າຕາດີ ໄດ້ນັກສະແດງເຈົ້າບົດບາດເຊັ່ນນ້ອງແກ້ວຕາມາຮັບບົດເປັນນາງເອກ,ນ້ອງເພັດຕະກູນ ໝຸ່ມກູ້ໄພ ເນັດໄອດໍ້ນ້ອງໃຫມ່ກະແສແຮງ ແລະ ນ້ອງລິດດາ WHiZ G Girlgroup ໜ້າຕາດີຂອງລາວ ເລີຍເຮັດໃຫ້ເພງຍິ່ງເປັນກະແສ ແອັດໄປທາງໃດກໍ່ໄດ້ຍິນເພງນີ້ ເວົ້າບໍ່ໄດ້ບາງທີເຮັດສະຖິຕິໃໝ່ 1ເດືອນ 3.000.000ວິວ ໃຜສິຮູ້ ຈັ່ງໃດກໍ່ຖ້າຕິດຕາມໄປພ້ອມກັນນໍທຸກຄົນ ສົ່ງກຳລັງໃຈໃຫ້ນັກຮ້ອງລາວ ເປັນຄົນລາວຟັງເພງລາວແນ່ກະດີ ເພງລາວດຽວນີ້ກະມີແຕ່ເພງມ່ວນໆເດີ້ ມາສົ່ງເສີມວົງການບັນເທີງບ້ານເຮົາໃຫ້ກ້າວໜ້າໄປທຽບເທົ່າສາກົນ..
(ແອັດເອົາພາບເບື້ອງຫຼັງມາຝາກນຳຈ້າ ຫາເບິ່ງໄດ້ກ່ອນໃຜກະໂອ້ດາລານິແຫຼະ ເອົ້າ.! ຢູ່ລູ່ມເດີ້ ເລື່ອນລົງໄປ)
ເພງ: ຖ້າເຈົ້າບໍ່ພໍ https://www.youtube.com/watch?v=7_fWTlJXuT4
Follow Me: https://www.facebook.com/oohdara/
NamFon: https://www.facebook.com/namfon.inthavong.37
Keota: https://www.facebook.com/kaowta.pornprasert.3
Phettakoun: https://www.facebook.com/profile.php?id=100021882995220
Lidda: https://www.facebook.com/lisdar.syzarnon
#OhDara
#GOODGIRL