ນາທີນີ້ຕ້ອງເບິ່ງ ລາຍການມາແຮງທີ່ສຸດຕອນນີ້


ຫຼັງຈາກທີ່ທາງສາວໆອາລົມດີ ແບບ ໂອເລ້, ຕາຫນື່ງ, ໂຕຊ້າງ, ເຈ ທີ່ເຮົາເຫັນຄິບເຮຮາກັນໃນທາງໂຊໂຊວມີເດຍ
ແຕ່ມື້ນີ້ແອັດມິນ
ຈະພາທຸກຄົນມາຮູ້ຈັກພວກເຂົາກັນກ່ອນ

👉🏻 ເລິ່ມຈາກໂອເລ້ ເນັດໄອດໍ້ ທີ່ມາຈາກເວທີ Lao super model
ເປັນສາວທີ່ງາມເຊັກຊີ່ຫມັ້ນໃຈ ແລະເປັນຫນື່ງຄົນທີ່ມີຄວາມສາມາດຫລາຍ
ທັງເດີນແບບ ທັງການສະແດງແລະພິທີກອນ
👉🏻 ຄົນທີ່ສອງ ຕາຫນື່ງ ເຊິ່ງເພິ່ນງາມຫລາຍ ແອັດມິນຈົນຄິດວ່າຜູ້ຍິງ
ເປັນຄົນເກັ່ງ ທັງເຕັ້ນທັງມີແວວວ່າຈະຖືກສົ່ງເປັນ Miss queen ອີກ ຍ້ອນຄວາມງາມສະດຸດຕາຂອງເພິ່ນ

👉🏻 ຄົນທີ່ສາມ ເຈ ບອກເລີຍວ່າເປັນເຈົ້າແມ່ແຟຊັ່ນ
ເພິ່ນບອກວ່າ” ແຟຊັ່ນ ບໍ່ຈຳເປັນຕ້ອງລາຄາແພງກໍ່ດູດີໄດ້ໄດ້ “
ຊົມເຊີຍເດີ້ ໄອດໍ້ ແອັດມິນຄົນຫນື່ງເລີຍເພາະແອັດມິນກາບໍ່ມີເງິນຊື້ແພງແຕ່ຢາກດູດີ 🤣🙈

👉🏻 ຄົນທີ່ ສີ່ ໂຕຊ້າງ ສາວດີເຈຮ່າງອວບອີ່ມ ທີ່ເກັ່ງເລື່ອງກາຍະສິນ
ພ້ອມທັງຄວາມສາມາດອີກຫລາກຫລາຍ
ແລະເປັນຄົນທີ່ເອັນເຕີເທນເກັ່ງຫຼາຍ

✨ພວກເຂົາຈັບມືກັນລຸຍກັບລາຍການທີ່ຊື່ວ່າ ລີລຽວທ່ຽວລາວ ຫຼື REERIEW VARIETY
ທີ່ຕອນແລກພາກັນເຮັດຫລິ້ນໆ ແຕ່ຕໍ່ມາກະແສດີເກີນຄາດຈົນຕໍ່ມາໄດ້ມາເຮັດຈິງຈັງເລີຍ ເພາະ ວ່າຄົນຮຽກຮ້ອງມາຫລາຍເກີນ
ແລະລາຍການນີ້ເຊິ່ງເປັນລາຍການວາໄລຕີ້ທີ່ພາທຸກໄປກິນໄປທ່ຽວ ໄປຟອຍກັນມ່ວນໆກັບຫລາກຫລາຍສີສັນ
ນັບໄປເຖິງເສື້ອຜ້າຫນ້າຜົມ ຄອນເຊັບແຕ່ລະ EP ແບບຕ້ອງຕື່ນຕົກໃຈ ເຊີໄພ້ກັນທຸກວິນາທີ

ສຳຫລັບໃຜທີ່ຍັງບໍ່ທັນເບິ່ງເຂົ້າໄປຕິດຕາມເພຈເພິ່ນເລີຍ ລີລຽວ ທ່ຽວລາວ ເພາະເພິ່ນຫັນມາເຮັດເປັນຮູບແບບລາຍການແບບເຕັມໆກັນແລ້ວ


ຕອບກັບ

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

Connecting to %s