- ມື້ນີ້ແອັດສິພາມາຮູ້ຈັກກັບ 6ຄົນ ທີ່ເຂົ້າຮອບ Final ໃນການແຂ່ງຂັນແລັບເວທີທີ່ດັງທີ່ສຸດໃນຕອນນີ້ ເຊິ່ງເປັນໄວລຸ້ນລາວທີ່ມີຄວາມສາມາດ ແລະ ຫຼາຍຄົນໃຫ້ຄວາມສົນໃຈຫຼາຍ ດັ່ງທີ່ບອກໄປກ່ອນໜ້ານີ້ວ່າເວທີການແຂ່ງຂັນ Rap Battle to the max ເປັນເວທີແຣັບໃຫຍ່ ແລະ ເປັນເວທີທີ່ເປີດໂອກາດໃຫ້ນ້ອງໆໄດ້ໂຊຄວາມສາມາດ ແລະ ຜົນງານຂອງໂຕເອງ..
ແລະຕອນນີ້ຫຼາຍຄົນກໍ່ລຸ້ນຢ່າງໃຈຈົດໃຈຈໍ່ ເພາະໃນວັນທີ່ 9/8/20 ນີ້ເປັນຮອບ Final Round ອີກ 2ມື້ເທົ່ານັ້ນກໍ່ຈະໄດ້ຮູ້ກັນແລ້ວວ່າໃຜຈະໄດ້ຄອງບັນລັງ Rap Battle to the MAX 👑 ຄົນແລກຂອງປະເທດລາວ..
ຕອນນີ້ມາຮູ້ຈັກຄຣິບຂອງນ້ອງໆທັງ 6ຄົນ ແລະ ປະຫວັດກັນກ່ອນວ່າມີໃຜແນ່..
- 1. ຊື່ : AKA: LILBEER – ທ້າວ ບຸນຍະແສງ ນາຄາດີ (ເບຍ)
- https://www.facebook.com/beer.nakhady.7
- ອາຊີບ : ນັກຮຽນ-ສິນລະປິນ
- ອາຍຸ : 20 ປີ
- ເລີ່ມສຶກສາ Hip Hop ຕອນ 17 Rap ຕອນ 18
- ເປັນຫຍັງຈຶ່ງມັກໃນການ Rap:ມັນໄດ້ປົດປ່ອຍ ຄວາມຮູ້ສຶກອອກມາເປັນເພງ ເປັນ Rhyme ມັກໃນຄວາມໝາຍ ເນື້ອຫາຂອງເພງ Rap ຂ້ອຍຮູ້ສຶກວ່າມັນບໍ່ແມ່ນແຄ່ແນວເພງ ມັນມີທັງແນວຄິດ ຄວາມເຊື່ອ ຄວາມສັດທາ . ກ່ອນຈະຮູ້ຈັກ Rap ມີໝູ່ຄົນໜຶ່ງຊື່ Eitlaiy ເປັນຄົນເອົາດົນຕີແນວນີ້ມາເປີດຟັງໃນກຸ່ມ ລະທຸກຄົນບອກແມ໋ງໂຄດໄດ້ ຈັງຫວະ beats ໂຄດເຈ໋ງ ທັ້ງໆທີ່ຟັງບໍ່ເຂົ້າໃຈເລີຍ(ສິນລະປິນຕ່າງປະເທດ) ແຕ່ຮູ້ສຶກວ່າມັນໂຄດໄດ້ ທັງຈັງຫວະ ລະ ຄວາມຮູ້ສຶກ ຈາກນັ້ນ ສຶກສາ ເບິ່ງຫຼາຍໆຄົນໃນ Youtube ກາລອງຜິດລອງຖືກ ຈັບຄຳເບີ່ງ ວ່າມັນຈະເປັນທາງເຮົາບໍ່… ລະຄວາມຄິດກາພິກອີກເທື່ອໜຶ່ງ ເມື່ອ AL ຈຸດປະກາຍຝັນ ຈູນຫຼາຍຢ່າງ ຝຶກຝົນ ຮຽນຮູ້ ອົດທົນ ຈິງໃຈ ເຮັດຈົນເຄີຍໂຕ ຮູ້ໂຕອີກເທື່ອກາ ຫລົງມັນໄປແລ້ວ ສິນລະປິນທີ່ມັກເລີຍ wiz khalifa , Russ , Asap Rocky ລະອີກຫຼາຍໆຄົນ
- ເລີ່ມ Rap ແລກໆ ກາມີທັງຄົນເຫັນດີ ແລະ ບໍ່ເຫັນດີ ຄົນເຫັນດີນຳເຂົາກາຖາມ ໃຫ້ກຳລັງໃຈເຮັດຕໍ່ໄປ ຄົນທີ່ບໍ່ເຫັນດີ ກະເຍີ້ຍເຮົາແບບ Yo Dex Rap ຟັງອີ່ຫຍັງຂອງມຶງ ເຮັດບໍ່ໄດ້ດອກອີ່ຫຍັງຊັນຊີ່..ຊ່າງມັນເຮົາບໍ່ເກັບມາໃສ່ໃຈ ເລີ່ມຮຽນຮູ້ ສ້າງໂຕເອງ ມີຈຸດຢືນ ແລ້ວຄວາມສຳເລັດຈະຢູ່ບໍ່ໄກ HipHop Form Laos
- SAIYLOMYEN (SAIYLOM MUSIC)
- ຜົນງານສ່ວນໂຕ: https://youtu.be/BlsbzKQCHNY
- 2. AKA: L SKULL – ຊື່: Toolee Souksombath
- https://www.facebook.com/toolee.souksombuth
- ອາຊີບ : ພະນັກງານ (ເອກະຊົນ)
- ອາຍຸ : 27
- ເລີ່ມ Rap ຕອນອາຍຸ : 25
- ເປັນຫຍັງຄືມັກໃນການແຣັບ : ສຳຫລັບຂ້ອຍເພງ Rap ມີສະເໜ່ ແລະ ຮູ້ສຶກໄດ້ເວົ້າໃນສິ່ງທີ່ມັກສື່ອອກມາເປັນເພງ ຫລື Rhyme ທີ່ສຳຄັນຄືຢາກເປັນ Rapper ເພາະບັງເອີນໄດ້ຟັງເພງໆຫນຶ່ງຂອງ Eminem…ເພງ Lose Yourself (7ປີກ່ອນ) ເປັນເພງທີ່ຟັງແລ້ວໄຟໃນຄວາມຢາກເປັນ Rapper ມັນລຸກເອງ 😂 ຫລັງຈາກນັ້ນມາກະຄິດມາຕະຫລອດແຕ່ບໍ່ກ້າລົງມືເຮັດເພາະບໍ່ຮູ້ສິເລີ່ມຈັ່ງໃດ ແລະ ອີກຢ່າງໃນຕອນນັ້ນ ວົງການ Hiphop ບ້ານເຮົາຍັງບໍ່ບູມເລີຍບໍ່ມີໃຜກ້າທີ່ຈະອອກມາລົງມືເຮັດເພາະຍັງບໍ່ມີໂອກາດຈະສະແດງຄວາມສາມາດດ້ານນີ້ອອກມາ ພໍມາຮອດປີ 2018 ຫລິ້ນ YouTube ຢູ່ດີໆແລ້ວບັງເອີນເຫັນຄິບຫນຶ່ງເປັນງານ Rap Battle ທີ່ຂະເຈົ້າຈັດຢູ່ລາວເລີຍມີຄວາມສົນໃຈ ແລະ ເລີ່ມສຶກສາຫາຂໍ້ມູນຫລາຍຂື້ນເພື່ອຈະໄດ້ມີໂອກາດເປັນ Rapper ຕາມ Idol ໂຕເອງ (Eminem) ຕ້ອງຂອບໃຈຄວາມກ້າຂອງໂຕເອງ…ກ້າທີ່ຈະອອກມາ Rap ເຖິງເປັນການເລີ່ມຕົ້ນດ້ວຍຄວາມກາກ ແລະ ມີແຕ່ສຽງຫົວຂວັນລໍ້ລຽນ, ທັງຄຳສົບປະໝາດຕ່າງໆນາໆມັນບໍ່ແມ່ນເລື່ອງງ່າຍກວ່າຄົນຮອບຂ້າງສິຍອມຮັບວ່າເຮົາເປັນ Rapper ຄົນ1 ແຕ່ເຮົາກະຍັງບໍ່ຫຍຸດພະຍາຍາມຈົນຮອດມື້ນີ້ຍັງຄົງຝຶກຝົນຕໍ່ໄປແລະສິບໍ່ຫຍຸດເຮັດຈົນກວ່າສິພິສູດໂຕເອງໄດ້ຫລາຍກວ່າທີ່ເປັນ
- ບໍ່ມີສັງກັດ , ບໍ່ມີແກ້ງ ມີແຕ່ທີມທີ່ຮັກແພງກັນແລະຊ່ວຍເຫລືອກັນເປັນທີ່ປຶກສາທີ່ດີຕໍ່ກັນມາຕະຫລອດ (Lit Girls)
- ເຊິ່ງຜົນງານເພງແມ່ນເຄີຍເຮັດຫລາຍແນວຢູ່ ໃນຊ່ອງ YouTube ສ່ວນໂຕເລີຍ L-SKULL
https://www.youtube.com/channel/UChRAytoWCuSmjHI3B7SzCvA
- 3. AKA: SNAKE F – ທ້າວ ພິທັກ ດວງປະສິດ
- https://www.facebook.com/phithack.douangpasith.79
- ກຳລັງສຶກສາຢູ່ ໂຮງຮຽນ ມສ ວຽງຈັນ
- ອາຍຸ 16
- ເລີ່ມແຣັບ ປີກາຍ (2019)
- ຕອນນິມີກຸ່ມ 23Real. ກັບ Huen Crew
- ແລະ ມີຜົນງານ 24 ເພງ ຍັງບໍ່ໄດ້ປ່ອຍປະມານ 5-6 ເພງ
- ເລີ່ມມາຟັງ Rap ຕອນ Eminem ປ່ອຍ Kamikaze ຕອນທ້າຍປີ 2018, ແລ້ວມາຊ່ວງ The Rapper 2 ເຫັນ Ben Bizzy Rap ແລ້ວຕິດໃຈກະເລີຍລອງຂຽນມາເລີຍ, ແຮງບັນດານໃຈໃນການເຮັດເພງແມ່ນມາຈາກ Idol, Idol ສ່ວນຫຼາຍກະມີ Logic, Eminem, Joyner Lucas, Ben Bizzy ແລະ ເພງທີ່ເຮັດໃຫ້ຄົນຮູ້ຈັກແມ່ນ Fuck Everybody, Satan, Fuck Everybody II
- 4. AKA L1K – ຊື່ ພຸດທະຄຸນ ພົງສາ ( ຕົວແທນຈາກແຂວງ ຈຳປາສັກ )
- https://www.facebook.com/profile.php?id=100036660240588
- ອາຊີບ ນັກຮຽນ ຮຽນຢູ່ ມສ ໂພນໄຊ
- ອາຍຸ 17
- ເລີ່ມ rap ແຕ່ 2019
- ການ rap ມັນເປັນສີລະປະ ລະເຮົາສາມາດເວົ້າຫຍັງກະໄດ້ທີ່ເຮົາຢາກເວົ້າ ເປັນໂຕຂອງໂຕເອງ ລະມັນເຮັດໃຫ້ເຮົາຮູ້ຈັກອີ່ຫຍັງຫຼາຍໆຢ່າງ ບໍວ່າຈະເປັນ ລຸ້ນ ອ້າຍເອື້ອຍ ນ້ອງທີ່ເຂົາ ເລີ່ມກ່ອນເຮົາ ລະເຂົາກໍເຮັດເພງອອກມາໃຫ້ຟັງ ລະໃນຫົວຕອນນັ້ນເລີຍຢາກລອງເຮັດເພງງ ແຕ່ຕອນນັ້ນຢູ່ປາກເຊກະຍັງບໍມີ studio ເລີຍບໍຮູ້ສິໄປອັດຢູ່ ໃສ ລະເຄີຍລອງອັດເພງໃນໂທລະສັບ ລະກະເຄີຍປ່ອຍ ແລະແບບຄິດຕອນນັ້ນກັບຕອນນີ້ມາໂຄດໄກເລີຍ
- ມີກຸ່ມຊື່ວ່າ southernonfire
- ຜົນງານຈະມີແຕ່ແບບດຽວ ບໍຄ່ອຍກ້າຊວນໃຜ feat ເພາະຕອນແລກຍັງບໍໝັ້ນໃຈ ໃນ skill ໂຕເອງ
- 5. AKA: TERMO – ທ້າວ. ໄຊຍະເດດ ແສງມານີວົງ
- https://www.facebook.com/peter.soutlor.1
- ອາຍຸ19ປີ ຕອນນີ້ ເປັນພະນັກງານ ສົ່ງອາຫານໃຫ້ food panda
- ເລີ່ມແຣັບແຕ່ອາຍຸ17ປີ
- ຕອນນີ້ຍັງບໍ່ມີສັງກັດແຕ່ກະມີກຸ່ມໝູ່ທີ່ເຮັດເພງນຳກັນ ຊື່ກຸ່ມກະ power small ແປວ່າ ພະລັງງານນ້ອຍ
- ຜ່ານມາທັ້ງໝົດກະມີ ເພລງ story ທີ່ ft ກັບ Jkai the killer ແລ້ວຍັງມີຜົນງານທີ່ປ່ອຍຊ່ວງຕົ້ນເດືອນທີ່ຜ່ານມາ ເພລງ ເພາະກູ trap
- ກະຢາກໃຫ້ມີຜູ້ໃຫຍ່ໃຈດີຊ່ວຍກັນມາພັກດັນວົງການເພລງhip hop LAO ໃຫ້ມັນໄປໄກຂື້ນມີລາຍການດີໆແບບນີ້ມາຕະລອດ. ຢ່າກໃຫ້ຄົນລາວຫັນມາຟັງ hip hop ຂອງລາວຫຼາຍໆຂື້ນ ຂ້ອຍກະສິພາຍາຍາມສ້າງຜົນງານດີໆອອກມາໃຫ້ໄດ້ຟັງໄດ້ເສບກັນຫຼາຍໆ
- 6. AKA: HERRIKENZ – ຊື່: ເຄັນໂດ້ ໂຊກທະວີ (ຕົວແທນຈາກ ແຂວງສະຫວັນນະເຂດ)
- https://www.facebook.com/kendosoktavisoukkasuem
- ອາຍຸ 17ປີ
- ປະຈຸບັນຮຽນຢູ່ ໂຮງຮຽນຈີນ ຈຸງເຕັກ ຮຽນຢູ່ ຊັ້ນມັດທະຍົມ ມ6
- ເລີ້ມແລັປໄດ້ 2ປີ
- ເປັນຫຍັງຄືມັກ ແລັປ ຍ້ອນວ່າ ແລກໆ ຮູ້ສືກວ່າ ມັນເທ່ ມັນເກັ່ງ ມັນຟັງລະໂຍກ ຕາມ ແລ້ວກໍ່ມີຫລາຍເພງ ທີ່ ປະສົມ ແລັປເຂົ້າໄປ ລະ ຮູ້ສືກຢາກ ເປັນ ຄົນແລັປ ເພາະ ຫລັກໆ ກະຄິດວ່າ ສຽງຕົນເອງບໍ່ຄ່ອຍມ່ວນ ລະມີຄົນບອກວ່າ ແລັປບໍ່ຈຳເປັນຕ້ອງ ມ່ວນ ສະເຫມີໄປ ລະ ໄປສະກິດໃຈຄຳທີ່ເຂົາເຈົ້າວ່າ ຄົນແລັປສ່ວນຫລາຍຮ້ອງ ບໍ່ມ່ວນ ເລີຍ ຢາກເຮັດ ເພງ ແລກຂື້ນມາແບບ ທັງແລັປ ທັງຮ້ອງ ແລ້ວກໍ່ຫັ່ນມາເຮັດສະຕາຍໂຕເອງ ແມ່ນ ສະຕາຍ ເມໂລດີ້ແລັປ ຄັ້ງແລກ ທີ່ເລິ່ມຂຽນແລັປ ຍ້ອນ ມີ ງານ ແລັປງານຫນື່ງ ເມື່ອ3ປີ ກ່ອນ ໃນບາ ແລ້ວ ມີ ໄອດໍແມ່ນ hia bob ກັບ alex smoke ເຫັນລາວແລັປໃນລາຍການນັ້ນ ເທ່ ໂຄດ ເຮົາ ມາເລີ້ມ ຂຽນແລັປ ຕັ້ງແຕ່ນັ້ນ ເພື່ອຢາກເຂົ້າໄປແລັປຄືຂະເຈົ້າ
- ມີແກ້ງຊື່ Maengkazarp ກັບ Huen crew
- ລີ້ງຜົນງານ: