ມາສ່ອງງານສຳມະນາຂອງສັງກັດດາລາລາວນຳກັນ.


ບໍລິສັດ A-List Talent Agency ຈັດລະບົບໃຫມ່ໃຫ້ເປັນມືອາຊີບຍິ່ງຂຶ້ນ ຫຼາຍໆຄົນຄືສິຮູ້ຈັກກັນດີແລ້ວວ່າບໍລິສັດເອລິສເປັນສັງກັດທີ່ລວມດາລາ ເນັດໄອດໍ້ ແຖວໜ້າຂອງປະເທດລາວເຮົາ ພ້ອມຍັງເປັນບໍລິສັດທີ່ວາງແຜນການຕະຫຼາດອອນລາຍນຳອີກ ລ່າສຸດມານີ້ແອັດເຫັນທາງເພຈເພິ່ນໂພສວ່າໄດ້ຈັດງານສຳມະນາເພື່ອສົ່ງເສີມບຸກຄະລາກອນ,ພັດທະນາທັກສະຂອງດາລາທຸກຄົນໃນສັງກັດ ແລະ ເພິ່ນກໍ່ໄດ້ມີການມອບລາງວັນໃຫ້ກັບດາລາໃນສັງກັດລວມ 3ລາງວັນດ້ວຍກັນ

Popular Vote A-list ນ້ຳຝົນ ອຸນນະລາດ

Positive Role Model ບາບີ້ ປີຍະມາດ

Exceptional Efforts ແກ້ວຕາ ພອນປະເສີດ

ຖືວ່າເປັນບໍລິສັດດາລາທີ່ການຄວບຄຸມ ແລະ ພັດທະນາໃຫ້ດີຂຶ້ນມາຕະຫຼອດ ຈຶ່ງເຮັດໃຫ້ລູກຄ້າຫຼາຍຄົນທີ່ຕ້ອງການຈ້າງງານຕ່າງໆແມ່ນສິຄິດຫາບໍລິສັດເອລິສເປັນອັນດັບແລກ ລ່າສຸດງານສຳມະນາທີ່ຜ່ານມາກໍ່ໄດ້ຈັດຂຶ້ນແບບຫຼູຫຼາ ແລະ ຍິ່ງໃຫຍ່ ເຊິ່ງການຈັດງານຄັ້ງນີ້ທາງເອລິສເອງກໍ່ໄດ້ມີຄວາມລະມັດລະວັງເປັນພິເສດເພາະຈັດງານທີ່ຢູ່ໃນຊ່ວງໂຄວິດເລີຍເລືອກໂຮງແຮມທີ່ຕອນນີ້ມີລະບົບການປ້ອງກັນເປັນຢ່າງດີກໍ່ຄື Crawne Plaza ເຊິ່ງເພື່ອເປັນການປ້ອງກັນຄວາມປອດໄພ ເພາະໂຮງແຮມຄຣາວພຣາຊາ ໃຫ້ຄວາມສຳຄັນຫຼາຍກ່ຽວກັບການປ້ອງກັນພະຍາດໂຄວິດ19 ເພິ່ນໄດ້ມີການກວດໄຂ້ທຸກຄົນກ່ອນເຂົ້າພື່ນທີ່ໂຮງແຮມ ແລະຕ້ອງໃສ່ໜ້າກາກອານາໄມທຸກທ່ານຈຶ່ງເຂົ້າໄດ້ ພ້ອມນັ້ນຍັງມີນ້ຳຍາຂ້າເຊື້ອ ແລະ ສະເປແອວກໍຮໍ ໄວ້ໃຫ້ລູກຄ້າທຸກທ່ານໄດ້ໃຊ້ບໍລິການຕາມຈຸດຕ່າງໆຂອງໂຮງແຮມນຳອີກ ເພາະສະນັ້ນບໍລິສັດເອລິສຈຶ່ງໄດ້ໄວ້ວາງໃຈໃຫ້ Crawne Plaza ໄດ້ດູແລງານສຳຄັນຂອງບໍລິສັດໃນຄັ້ງນີ້..


ຕອບກັບ

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

Connecting to %s