ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເຊິ່ງເປັນຫນຶ່ງໃນເຄື່ອໂຮງແຮມ InterContinental Hotels Group ຫຼື IHG ໄດ້ຍົກລະດັບປະສົບການການເຂົ້າພັກຂອງແຂກທຸກໆທ່ານດ້ວຍມາດຕະການການທໍາຄວາມສະອາດທີ່ເຂັ້ມງວດ, ການບໍລິການທີ່ໄດ້ມາດຕະຖານສາກົນ. ທາງໂຮງແຮມໄດ້ຮ່ວມມືກັບບໍລິສັດທີ່ຊ່ຽວຊານລະດັບແຖວຫນ້າໃນດ້ານຜະລິດຕະພັນສຸຂະອານາໄມ ເຊັ່ນ Ecolab ແລະ Diversey, ພ້ອມຍັງນຳເອົາມາດຕະການ ແລະ ລະບົບການຮັກສາຄວາມສະອາດຈາກ Cleveland Clinic ມານຳໃຊ້ ເພື່ອຮັບປະກັນຄວາມສະອາດທີ່ແທ້ຈິ່ງໃຫ້ກັບແຂກ. ພ້ອມນັ້ນ ໂຮງແຮມໄດ້ເລີ່ມໂປຼແກມຮັບປະກັນຄວາມສະອາດ ແລະ ຄວາມປອດໄພທີ່ທົ່ວເຖິງ ດ້ວຍ IHG Clean Promise ຫຼື “ຄຳຫນັ້ນສັນຍາເຖິງຄວາມສະອາດທີ່ແທ້ຈິງຈາກ IHG” ຊຶ່ງຖ້າຄວາມສະອາດບໍໄດ້ຕາມຄວາມຄາດຫວັງຂອງແຂກ ທາງໂຮງແຮມຈະແກ້ປັນຫາດັ່ງກ່າວຢ່າງທັນທີ່ທັນໃດ.
ເຄັດ ບາຣ໌, ປະທານໃຫຍ່ຂອງເຄືອໂຮງແຮມ InterContinental Group Hotels ໄດ້ໃຫ້ຄໍາເຫັນວ່າ: “ບາດກ້າວການເດີນທາງໃນອະນາຄົດອາດມີຄວາມແຕກຕ່າງໄປຈາກກ່ອນ, ແຕ່ສິ່ງທີ່ບໍ່ເຄີຍປ່ຽນແປງເລີຍກໍຄືການບໍລິການທີ່ຈິງໃຈຈາກພວກເຮົາ ເຊິ່ງໄດ້ເລັງໃສ່ຄວາມປອດໄພ ແລະ ສຸຂະອະນາໄມຕະຫຼອດການເຂົ້າພັກຂອງແຂກ. ໂດຍການນໍາເອົາຄວາມຮູ້ ແລະ ມາດຕະການລະດັບໂລກຂອງ IHG ມາປະກອບກັບວິທະຍາສາດທີ່ທັນສະໄໝຂອງບໍລິສັດທີ່ຊ່ຽວຊານລະດັບແຖວໜ້າບໍ່ວ່າຈະເປັນ Cleveland Clinic, Ecolab ແລະ Diversey ເຊິ່ງເຮົາສາມາດຫມັ້ນໃຈ ແລະ ຮັບປະກັນຄວາມປອດໄພ ແລະ ຄວາມເປັນຢູ່ທີ່ດີຈາກທັງຝ່າຍແຂກ ແລະ ພະນັກງານພາຍໃນໂຮງແຮມ. ລວມເຖິງການກວດກາຄວາມສະອາດ ແລະ ຄວາມປອດໄພ ຕັ້ງແຕ່ ຫ້ອງພັກ, ຮ້ານອາຫານ ແລະ ເຄື່ອງດື່ມເພື່ອໃຫ້ຢູ່ໃນຮູບແຜນຂອງໂປຣແກຣມ IHG® Clean Promise ນັ້ນເອງ”
ການຍົກລະດັບແນວທາງການທໍາຄວາມສະອາດຂອງ IHG (IHG Way of Clean) IHG ໄດ້ມີຄວາມຕັ້ງໃຈທີ່ຈະພັດທະນາມາດຕະການຮັກສາຄວາມສະອາດໃຫ້ກ້າວຫນ້າຍິ່ງໆຂຶ້ນໄປ, ເຊິ່ງໂປຣແກຣມ IHG Way of Clean ໄດ້ເລີ່ມຕັ້ງແຕ່ປີ 2015, ໂດຍມີການຮ່ວມມືກັບ Ecolab ແລະ Diversey, ທີ່ເປັນບໍລິສັດກ່ຽວກັບການ ບໍລິການດ້ານສຸຂະອະນາໄມ ແລະ ເຕັກໂນໂລຊີທໍາຄວາມສະອາດອັນດັບຕົ້ນໆຂອງໂລກ.
ໂປຣແກຣມ IHG Way of Clean ນີ້ກໍາລັງຂະຫຍາຍແຜນມາດຕະການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ພ້ອມແນວທາງການ ປະຕິບັດທີ່ດີທີ່ສຸດ ເຊິ່ງ ໄດ້ດໍາເນີນຕາມຄໍາແນະນໍາຂອງອົງການອະນາໄມໂລກ, ເນັ້ນໃສ່ການທໍາຄວາມສະອາດທີ່ເຂັ້ມງວດດ້ວຍນ້ໍາຢາຂ້າເຊື້ອຕາມມາດຕະຖານຂອງສາທາລະນະສຸກ ແລະ ບັນດາແຂກທີ່ຈະເຂົ້າພັກພາຍໃນໂຮງແຮມກໍມີສ່ວນຮ່ວມ ແລະ ຈະໄດ້ເຫັນຂະບວນການຮັກສາຄວາມສະອາດທີ່ເຂັ້ມງວດນີ້ ໃນທຸກໆພື້ນທີ່ຂອງໂຮງແຮມ, ບໍ່ວ່າຈະເປັນ: ພື້ນທີ່ປະຊາສໍາພັນໂດຍມີການຫຼຸດຜ່ອນການສໍາພັດໃນລະຫວ່າງແຂກລົງທະບຽນເຂົ້າພັກ, ເພີ່ມທີ່ຕັ້ງຂອງເຈວລ້າງມື. ຫ້ອງພັກແຂກ: ອະນາໄມເຄື່ອງຂອງທີ່ສາມາດຈັບຕ້ອງເປັນປະຈໍາ (ຕົວຢ່າງ: ເຄື່ອງແກ້ວ, ຣີໂຫມດຄອນໂທຣ), ເຄື່ອງມືໃນການຊັກລີດແບບໃໝ່, ການນໍາໃຊ້ວິທະຍາການທໍາຄວາມສະອາດຮູບແບບໃໝ່ຕາມພື້ນທີ່ສາທາລະນະ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ການທໍາຄວາມສະອາດທີ່ລະອຽດຕໍ່ກັບພື້ນທີ່ທີ່ມີການສໍາຜັດປະຈໍາ, ການວາງມາດຕະການການຮັກສາໄລຍະຫ່າງ, ການຈັດວາງຕາຕະລາງການທໍາຄວາມສະອາດ, ການອະນາໄມພາຍໃນສະນ້ໍາ ແລະ ສູນອອກກໍາລັງກາຍ ແລະ ຮ້ານກິນດື່ມ, ອາຫານ ແລະ ເຄື່ອງດື່ມ: ການວາງມາດຕະຖານການບໍລິການຮູບແບບໃໝ່ບໍ່ວ່າຈະເປັນບຸບເຟ້ອາຫານ, ຫ້ອງປະຊຸມ, ການຈັດສົ່ງອາຫານໄປຍັງຫ້ອງພັກແຂກ ແລະ ງານລ້ຽງຕ່າງໆ.
ການຮັບປະກັນຄວາມປອດໄພຂອງທັງຝ່າຍແຂກ ແລະ ພະນັກງານ ການສົ່ງມອບຄວາມເປັນຢູ່ທີ່ດີໃຫ້ແກ່ແຂກ ແລະ ເພື່ອນຮ່ວມງານແມ່ນຖືເປັນສິ່ງທີ່ສໍາຄັນທີ່ສຸດ, ສະນັ້ນ IHG ຈຶ່ງໄດ້ປະສານ ງານຢ່າງໃກ້ຊິດກັບບັນດາຜູ້ຊ່ຽວຊານທາງການແພດຈາກຫນ່ວຍງານຊັ້ນແຖວໜ້າຂອງໂລກນັ້ນກໍຄື Cleveland Clinic ເພື່ອເປັນຄູ່ມືຊີ້ແນະໃຫ້ກັບທີມງານສໍາລັບການປະຕິບັດວຽກງານສຸຂະອານາໄມ ແລະ ຮັກສາຄວາມປອດໄພຂອງແຂກ ທ່າມກາງສະພາບແວດລ້ອມອັນໃໝ່ນີ້ ເຊິ່ງລວມມີ:
– ຂໍ້ມູນການທໍາຄວາມສະອາດທີ່ຢູ່ພາຍໃນໂຮງແຮມ ແລະ ຊ່ອງທາງການຈອງທີ່ນັກຂອງ IHG, ປ້າຍແຈ້ງເຕືອນ ແລະ ຂະບວນການກ່ຽວກັບການຮັກສາໄລຍະຫ່າງ
– ການໃຫ້ແນວທາງກ່ຽວກັບວິທີໃຊ້ເຄື່ອງມືປ້ອງກັນທີ່ຈໍາເປັນໃຫ້ກັບທີມງານພາຍໃນໂຮງແຮມ
ການຝຶກອົບຮົມຢ່າງບໍ່ຂາດສາຍໃຫ້ແກ່ພະນັກງານ ໂດຍມີການອອກໃບຢັ້ງຢືນຫຼັງຈາກການໃຫ້ຝຶກອົບຮົມສໍາເລັດ,ຄວາມພ້ອມຂອງເຄື່ອງມືທໍາຄວາມສະອາດເພື່ອອໍານວຍຄວາມສະດວກໃຫ້ແກ່ແຂກແຕ່ລະທ່ານ, ຜ້າທໍາຄວາມສະອາດ ແລະ ຊຸດເຈວລ້າງມືທີ່ມີພ້ອມໄວ້ໃນຫ້ອງພັກ ແລະ ພື້ນທີ່ທີ່ມີການສໍາພັດສູງພາຍໃນຕົວໂຮງແຮມ
ກ່ຽວກັບ HG CLEAN PROMISE ແລະ GLOBAL CLEANLINESS BOARD ໂປຣແກຣມ IHG Clean Promise ແມ່ນໄດ້ເລີ່ມຕັ້ງແຕ່ວັນທີ 1 ມິຖຸນາ 2020 ເຊິ່ງເປັນໂປຣແກຣມທີ່ບັນດາແຂກ ສາມາດຫມັ້ນໃຈໄດ້ທີ່ສຸດວ່າຫ້ອງພັກຂອງພວກເຂົານັ້ນແມ່ນສະອາດກົງກັບມາດຕະຖານຂັ້ນສູງທີ່ IHG ໄດ້ວາງໄວ້ຢ່າງແນ່ນອນ,
ການປະຕິບັດງານດັ່ງກ່າວນີ້ແມ່ນຖືເປັນ Global Clearliness Board ຮູບແບບ ໃໝ່ຂອງ IHG ເພາະໄດ້ມີການຮ່ວມມື ກັບຄູ່ຮ່ວມທຸລະກິດທີ່ມີຊື່ສຽງລະດັບຕົ້ນໆໃນສາກົນນັ້ນຄື Cleveland Clinic, ໂດຍທ່ານ ເຈມ ເມີຣີໂນ້ ຫົວຫນ້າເຈົ້າໜ້າທີ່ຝ່າຍການປັບປ່ຽນຂອງ Cleveland Clinic ຈະຄອຍໃຫ້ຄໍາປຶກສາເພື່ອກໍານົດແນວທາງການປະຕິບັດທີ່ດີທີ່ສຸດ ແລະ ດໍາເນີນການຕາມຂະບວນການຢ່າງຖືກຕ້ອງ.
ທາງເຮົາຍັງໄດ້ມີເຈົ້າຫນ້າທີ່ຜູ້ດູແລຄວາມສະອາດໂດຍສະເພາະ ເພື່ອສ້າງວັດທະນະທໍາແຫ່ງການຮັກສາຄວາມສະອາດໃຫ້ກັບ ທີມງານໃນອົງກອນ IHG ທົ່ວໂລກອີກດ້ວຍ. ໂດຍເຈົ້າຫນ້າທີ່ດັ່ງກ່າວຈະເຮັດຫນ້າທີ່ກວດກາຄວາມຮຽບຮ້ອຍພາຍໃນ ໂຮງແຮມ ແລະ ຊ່ວຍເຫຼືອທີມງານທໍາຄວາມສະອາດໃນລະດັບມາດຕະຖານໃຫ້ແກ່ແຂກຕະຫຼອດການເຂົ້າພັກ.
ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: www.ihg.com/clean.
ກ່ຽວກັບ Cleveland Clinic:
Cleveland Clinic ແມ່ນອົງກອນທີ່ບໍ່ສະແຫວງຜົນກໍາໄລ ເຊິ່ງເຮັດໜ້າທີ່ເປັນສູນວິຊາການໂດຍລວມເອົາຫຼັກການແພດ ແລະ ສຸຂະອານາໄມຕ່າງໆເຂົ້າໄວ້ດ້ວຍກັນໂດຍຜ່ານການຄົ້ນຄວ້າ ແລະ ວິໄຈທີ່ລະອຽດ. ສູນດັ່ງກ່າວມີທີ່ຕັ້ງຢູ່ Cleveland ທີ່ລັດ Ohio, ກໍ່ຕັ້ງຂຶ້ນໃນປີ 1921 ໂດຍ ນັກກາຍະພາບບໍາບັດຜູ້ມີຊື່ສຽງທັງ 4 ທ່ານ ດ້ວຍວິໄສທັດໃນການສົ່ງມອບການປິ່ນປົວ-ຮັກສາຜູ້ປ່ວຍດ້ວຍຫຼັກການການຮ່ວມມື, ຄວາມເຫັນອົກເຫັນໃຈ ແລະ ການປະດິດຄິດສ້າງທີ່ບໍ່ມີວັນຢຸດ, ຖືໄດ້ວ່າ Cleveland Clinic ເປັນຜູ້ບຸກເບີກຄິດຄົ້ນທາງການແພດໃນຫຼາຍຂະແຫນງດ້ວຍກັນບໍ່ວ່າຈະເປັນ ການຮັກສາຫຼອດເລືອດຫົວໃຈ, ການປູກຖ່າຍໃບຫນ້າຄັ້ງທໍາອິດໃນສະຫະລັດອາເມລິກາອີກດ້ວຍ. ເຊິ່ງ U.S. News ແລະ World Report ໄດ້ຢັ້ງຢືນຢ່າງທ່ອງແທ້ວ່າ Cleveland Clinic ແມ່ນຫນຶ່ງໃນສູນທາງການແພດທີ່ດີທີ່ສຸດໃນປະເທດ ອີງຕາມບົດລາຍງານປະຈໍາປີຈາກ “America’s Best Hospitals”. ເຊິ່ງ Cleveland Clinic ນີ້ໄດ້ມີພະນັກງານທັງໝົດທົ່ວໂລກຢູ່ທີ່ 67.554 ຄົນ ແລະຈໍານວນທີ່ໄດ້ຮັບເງິນເດືອນມີຢູ່ 4.520 ຄົນລວມມີນັກກາຍະພາບບໍາບັດ ແລະ ນັກຄົ້ນຄວ້າ, ແລະ 17.000 ແມ່ນ ພະຍາບານ ແລະ ບັນດາຜູ້ຊ່ຽວຊານທາງການແພດເຖິງ 140 ຂະແຫນງ. Cleveland Clinic ນັ້ນແມ່ນສູນການແພດຂະຫນາດໃຫຍ່ທີ່ກວ້າງເຖິງ 165 ໄລ່ ແລະ ມີຕຽງຜູ້ປ່ວຍເຖິງ 6,026 ຕຽງ ພ້ອມກັບສິ່ງອໍານວຍຄວາມສະດວກສໍາລັບຜູ້ ປ່ວຍນອກເຖິງ 220 ຊະນິດ. Cleveland Clinic ໄດ້ແຈກຢາຍສາຂາຢູ່ຕາມສະຫະລັດ ແລະ ຕ່າງປະເທດ ບໍ່ວ່າຈະເປັນ Florida; Las Vegas, Nevada; Toronto, Canada; Abu Dhabi, ສະຫະລັດອາລັບເອັມມິເຣດ; ແລະ London, ປະເທດອັງກິດ, ໃນປີ 2019 ທີ່ຜ່ານມານີ້, ໄດ້ມີຜູ້ປ່ວຍນອກເຖິງ 9.8 ລ້ານລາຍ, 309,000 ລາຍທີ່ເຂົ້າຮັບການຮັກສາພາຍ ໃນ, 255,000 ເຄສ໌ທີ່ເຂົ້າມາໄສຍະກໍາປູກຖ່າຍໃບຫນ້າ ໂດຍຜ່ານຂະບວກການປິ່ນປົວຮັກສາຂອງ Cleveland, ເຊິ່ງບັນດາ ຜູ້ເຂົ້າຮັກສາເຫຼົ່ານີ້ແມ່ນມາຈາກທຸກໆລັດໃນອາເມລິການ ແລະ ອີກ 185 ປະເທດທົ່ວໂລກ. ເຂົ້າເບິ່ງເພີ່ມເຕີມໄດ້ທີ່ clevelandclinic.org