ລາຍການຫລີຫລຽວຂື້ນຄອງແຊ້ມລາຍການທີ່ດັງທີ່ສຸດ 2020

👉🏻ແນ່ນອນຖ້າເວົ້າເລື່ອງຫລີຫລຽວຄົນຈະຈື່ຫນ້າພວກເຂົາດີ ເພາະພວກເຂົາເປັນເຫມືອນຄົນທີ່ຈະຊ່ວຍໃຫ້ເຂົາຜ່ອນຄາຍທຸກຄັ້ງທີ່ເຫັນຄລິບເຂົາຂື້ນມາ.
⭐️ເຊິ່ງໃນປີ 2020 ເປັນປີທຳອິດທີ່ເພຈແລະກຸ່ມລາຍການນີ້ໄດ້ກໍ່ຕັ້ງຂື້ນ, ພໍເເຕ່ເລິ້ມມາກໍ່ບອກເລີຍວ່າດັງສະນັ່ນແບບບໍ່ຢຸດ, ແຖມຍັງມາເລື້ອຍໆຈົນທຸກລາຍການຕ້ອງຫລີກທາງໃຫ້ເປັນປີທອງຂອງພວກເພິ່ນ
✨ເຊິ່ງຈາກການໂຫວດຂອງຫຼາຍໆສື່ໄດ້ຍົກໃຫ້ລາຍການນີ້ເປັນລາຍການທີ່ຊົງອິດທິພົນສຸດຂອງ 2020
👉🏻ໃນນີ້ທາງສະມາຊິກປະກອບມີ 4 ສາວ

- ໂອເລ້ ອີກຄົນທີ່ບອກວ່າຫລີ້ນໃຫຍ່ທຸກຄລິບ ເພາະເປັນຄົນທີ່ງາມ ເກັ່ງ ແລະ ກ້າສະແດງອອກ
- ມາຕໍ່ທີ່ຕາໜື່ງ ບອກເລີຍຄົນນີ້ ງາມຫຼາຍຈົນບໍ່ນ່າເຊື່ອວ່າເປັນສາວປະເພດ ສອງ
- ແລະຄົນທີ່ສາມ ດີເຈ ຕຸດຊີ້ ຫຼືໂຕຊ້າງ ເຊິ່ງເປັນເປັນອີກຄົນຫນື່ງແລະມີຊື່ສຽງເຊັ່ນກັນເພາະນອກຈາກລາຍການແລ້ວເພິ່ນຍັງເປັນດີເຈດັງທີ່ເປີດເພງຕາມງານໃຫຍ່ຕ່າງໆນຳ
- ແລະຄົນສຸດທ້າຍ ກັບເຈ ເຈົ້າແມ່ແຟຊັ່ນ ຍົກໃຫ້ເພິ່ນເລີຍຊະ(ກັບຖ່າຍຮູບເວີ້ກວ່ານີ້ບໍ່ມີແລ້ວ) ແອັດມິນມັກຄວາມຫມັ້ນນາງແລະຄວາມ creative ທີ່ສຸດ , ແບບຈັບຊຸດໃດໃສ່ກໍ່ຄືຈັງວ່າເປັນແນວເລີດໆຫມົດ.
🎊ແລະຖ້າເບິ່ງວ່າໃນລະວ່າງປີ 2021 ນີ້ ເພິ່ນຍັງຈະຄອງແຊ້ມນີ້ບໍ່🎊
ແຕ່ທີ່ແນ່ໆແອັດມິນຂໍຄິບຫຼາຍໆແນ່ໄດ້ບໍ່ ແບບ ເດືອນລະ 4 ຄິບໂລດ 555
✨✨✨⭐️⭐️⭐️⭐






