
ເພາະວ່າຖືກເລກກັນເກືອບຫມົດງານເລີຍ !!!
ເນື່ອງຈາກວ່າວັນທີ 07/02/2021 ທີ່ຜ່ານມານີ້ ໄດ້ມີພິທີບວງສວງຂອງວີນາ ກັບການເປີດຕົວສິນຄ້າໃຫມ່ທີ່ວັດທົ່ງທາດ, ເຊິ່ງກໍ່ເປັນທີ່ຮູ້ຈັກກັນດີວ່າເປັນວັດທີ່ສັກສິດທີ່ຊາວພຸດທະສາດສະຫນາໄປບູຊາ.
ພາບໃນບັນຍາກາດງານເຕັມໄປດ້ວຍຄວາມສັດທາຂອງຜູ້ໄປຮ່ວມງານເນື່ອງຈາກວ່ານອກຈາກເປັນການບວງສວງສິນຄ້າທີ່ເປີດໂຕໃໝ່ແລ້ວ ຍັງເປັນການເຮັດບຸນນຳອີກເພາະໄດ້ມີການປ່ອຍສັດນ້ຳຈຳນວນຫຼາຍນຳອີກ ຈື່ງເປັນອັນເກີດປະກົດການເລື່ອງການໃຫ້ໂຊກເກີດຂື້ນ ເພາະວ່າໄດ້ມີເຫດການ ປຸ່ມເປົ້າຄ້າງ3 ຫນ່ວຍຢູ່ທີ່ຫລັງຮູບປັ້ນພະຍານາກ ໂດຍບໍ່ລອຍຂື້ນຕາມຂະບວນການຫລືວ່າຫນ່ວຍອື່ນ
ໃນງານໄດ້ມີຫລາຍຄົນທ້ວງວ່າ ພະຍານາກເພິ່ນບອກ ຫລັກ 3 ເດີ້, ຈົນຫລາຍຄົນໄດ້ມີງານຊື້ຕາມ
ຈົນສຸດທ້າຍເລກທີ່ອອກແມ່ນເຫມາະເຈາະກັບສະຖານະການໃນງານເລີຍ
ເລື່ອງນີ້ຈະເປັນເຫດບັງເອີນຫລືຫຍັງກໍ່ຕາມຄວນໃຊ້ວິຈາລະນາຍານໃນການຮັບຟັງ ບໍ່ເຊື່ອຢ່າລົບລູ່, ອີງຕາ ຄວາມເຊື່ອຂອງບຸກຄົນ



