ໃນລາວກໍ່ມີເດີ້..

ແມ່ນ ຟັງຈາກຫົວຂໍ້ເເອັດມິນຢາກເລົ່າວ່າໃນລາວກໍ່ມີສຳຫລັບຮ້ານທີ່ເລີດເປະ ແລະມີເຄື່ອງແບບຫາຍາກຖ້າເວົ້າເລື່ອງຮ້ານທີ່ນຳເສື້ອຜ້າຜູ້ຍິງແບບເລີດໆ ເດັ່ນໆ ເບິ່ງແລ້ວມີສະຕາຍ ແບບ ໄຮໂຊວແຕ່ລາຄາສະບາຍກະເປົາ ຫລາບຄົນຄົງຈະຕ້ອງຄິດຫາຮ້ານນີ້ເລີຍ modern shopເພາະຟັງຂາກຊື່ຮ້ານກໍ່ ໂມເດີ້ນສົມຊື່ເພິ່ນອີ່ຫລີ່ແລະທາງເຈົ້າຂອງຮ້ານເຮົາກໍ່ງາມເລີດຫລາຍ ສົມວ່າເປັນຄົນນຳເຂົ້າເຄື່ອງແຕ່ງກາຍງາມໆ ນັ້ນກໍ່ຄື ທ່ານນາງ ຈິນດາວອນ ສີປະເສີດ ຫລື ຫລາຍຄົນຄຸ້ນຫູກັບເອື້ອຍ ເຈີນ modern shopຮ້ານເພິ່ນນອກຈາກເຄື່ອງຈະໂດດເດັ່ນແລ້ວ ເພິ່ນມີການນຳເຂົ້າແຟຊັ່ນທີ່ໄວແບບຕິດເທນອີ່ຫລີ່ເຊັ່ນລ່າສຸດມີຊຸດເຈນນີ້ແບລັກພີ້ງໃສ່ໂພສບໍ່ຮອດມື້ທາງຮ້ານເອື້ອຍເພິ່ນກໍ່ມີພ້ອມຂາຍແລ້ວແບບນີ້ບອກເລີຍວ່າເອື້ອຍເພິ່ນໄວຂອງແທ້ພ້ອມນັ້ນພາຍໃນຮ້ານມີຫລາຍສິນຄ້າ ມີທັງເຄື່ອງປະດັບ, ເສື້ອຜ້າ, ກະເປົາ, ແລະມີຫລາກຫລາຍສະຕາຍເຊັ່ນ : ຫວານ, ເທ້, ຫນ້າຮັກ , ລຽບຫລູ….ສະແດງວ່າແບບໃດກໍ່ເຂົ້າໄປຮ້ານເພິ່ນໄດ້ຫມົດ ຫລືເວົ້າງ່າຍໆວ່າມາບ່ອນດຽວຈົບທຸກແບບງາມທຸກລຸກໂລດແລະທີ່ສຳຄັນຕື່ມອີກຮ້ານເພິ່ນກະລັນຕີຄຸນນະພາບ , ເນື້ອດີຈົນໄດ້ຮັບການຍອມຮັບຂອງດາລາຫລາຍຄົນ ເພາະຮ້ານນີ້ ບັນດາ ເຫລົ່າດາລາ ເຊເລັບຕ່າງກໍ່ພາກັນຫມັ້ນໃຈຮ້ານນີ້ມັງນັ້ນເລີຍສຳຫລັບຮ້ານເພິ່ນໃຜທີ່ຢາກຮູ້ຫລືບໍ່ເຄີຍໄປແອັດມິນຂອງຝາກຊ່ອງທາງໄວ້ໃຫ້ເລີຍເດີ້..

ມາຮູ້ຈັກ 6ຄົນ ຜູ້ເຂົ້າຮອບ Final Round ຂອງເວທີ Rap Battle to the MAX.

ມື້ນີ້ແອັດສິພາມາຮູ້ຈັກກັບ 6ຄົນ ທີ່ເຂົ້າຮອບ Final ໃນການແຂ່ງຂັນແລັບເວທີທີ່ດັງທີ່ສຸດໃນຕອນນີ້ ເຊິ່ງເປັນໄວລຸ້ນລາວທີ່ມີຄວາມສາມາດ ແລະ ຫຼາຍຄົນໃຫ້ຄວາມສົນໃຈຫຼາຍ ດັ່ງທີ່ບອກໄປກ່ອນໜ້ານີ້ວ່າເວທີການແຂ່ງຂັນ Rap Battle to the max ເປັນເວທີແຣັບໃຫຍ່ ແລະ ເປັນເວທີທີ່ເປີດໂອກາດໃຫ້ນ້ອງໆໄດ້ໂຊຄວາມສາມາດ ແລະ ຜົນງານຂອງໂຕເອງ.. ແລະຕອນນີ້ຫຼາຍຄົນກໍ່ລຸ້ນຢ່າງໃຈຈົດໃຈຈໍ່ ເພາະໃນວັນທີ່ 9/8/20 ນີ້ເປັນຮອບ Final Round ອີກ 2ມື້ເທົ່ານັ້ນກໍ່ຈະໄດ້ຮູ້ກັນແລ້ວວ່າໃຜຈະໄດ້ຄອງບັນລັງ Rap Battle to the MAX 👑 ຄົນແລກຂອງປະເທດລາວ.. ຕອນນີ້ມາຮູ້ຈັກຄຣິບຂອງນ້ອງໆທັງ 6ຄົນ ແລະ ປະຫວັດກັນກ່ອນວ່າມີໃຜແນ່.. 1. ຊື່ : AKA: LILBEER – ທ້າວ ບຸນຍະແສງ ນາຄາດີ (ເບຍ) https://www.facebook.com/beer.nakhady.7 ອາຊີບ : ນັກຮຽນ-ສິນລະປິນ ອາຍຸ : 20 ປີ … More ມາຮູ້ຈັກ 6ຄົນ ຜູ້ເຂົ້າຮອບ Final Round ຂອງເວທີ Rap Battle to the MAX.

Dever ຕອກຍ້ຳຄວາມປັງ! ກັບແບລນໃຫມ່ Finly

Finly ຟິນລີ້ ຊື່ນີ້ບອກເລິຍວ່າຕ້ອງຄຸນນະພາບເນັ້ນໆ 🎉🎁ເອື້ອຍໃຫມ່ ດີເວີ້ (Dever) ເຈົ້າຂອງແບຣນສິນຄ້າດັງຫຼາຍຢ່າງໃນລາວ,ບໍ່ວ່າຈະເປັນອາຫານເສີມ,ສະບູ,ຄຣີມກັນແດດ,ແປ້ງ,ດີທ໋ອກ ແລະອີກຫຼາຍໆຢ່າງ ສິນຄ້າພາຍໃຕ້ຊື່ບໍລິສັດ ດີເວີ້ ຖືວ່າເປັນນັກທຸລະກິນຍິງຄົນໜຶ່ງທີ່ເກັ່ງ ແລະ ປະສົບຜົນສຳເລັດໃນຫຼາຍໆຢ່າງເລີຍ ເກັ່ງອີ່ຫຼີ.ລ່າສຸດ ຫາກໍ່ຈັດງານເປີດໂຕສິນຄ້າໃຫມ່ກໍ່ຄື ຟິນລີ້ ດີເວີ້ ໃນວັນທີ 26/7/2020 ທີ່ຜ່ານມາ ຈັດງານແບບອົບອຸ່ນກັບບັນຍາກາດເລີດໆນຳການເປີດງານໂດຍດາລາທີ່ມີຊື່ສຽງໃນວົງການເຊັ່ນ ນ້ອງສາວ ບາບີ້ ປີຍາມາດ Miss International laos 2018 ພ້ອມດ້ວຍ ນ້ອງແກ້ວຕາ ພອນປະເສີດ ດາລາເນັດໄອດໍ້ແຖວໜ້າຂອງປະເທດລາວ ແລະ 4ສາວ ຫຼີລຽວເຈົ້າຂອງລາຍການວາໄລຕີ້ທີ່ກຳລັງດັງ ແລະ ຄົນໃຫ້ຄວາມນິຍົມຫຼາຍໃນປະຈຸບັນ.⭐ຈື່ງເຮັດໃຫ້ພາຍໃນງານບັນຍາກາດຄຶກຄື້ນ ແລະ ຕົວແທນໃຫຍ່ໃນງານຕື່ນເຕັ້ນມ່ວນຊື່ນຍິ່ງຂື້ນ🎉🎉🎉 ສຳຫຼັບ ຟິນລີ້ ເປັນອາຫານເສີມທີ່ດູແລສຸຂະພາບພາຍໃນຂອງຜູ້ຍິງ ສຳຫລັບໃຜທີ່ມີບັນຫາປະຈຳເດືອນມາບໍ່ປົກກະຕິ, ນ້ອງສາວບໍ່ກະຊັບ,ຫຼວມ,ບໍ່ຟູບໍ່ຟິດ, ຫນ້າເອິກຍານ,ບໍ່ກະຊັບ ຫຼື ຫຼາຍໆບັນຫາທີ່ຜູ້ຍິງມັກເປັນ…ຫລືເວົ້າງ່າຍໆວ່າເປັນອາຫານເສີມທີ່ຊ່ວຍຄືນຄວາມສາວໃຫ້ກັບຜູ້ຍິງເຮົາ..😍😍😍😍ເບິ່ງຈາກຣີວິວຈາກຜູ້ໃຊ້ຈິງແລ້ວ ກໍ່ຖືວ່າໜ້າສົນໃຈ ໜ້າລອງ ໜ້າໃຊ້ ອີ່ຫຼີໃດ..ຫຼື ໃຜຢາກເບິ່ງຣີວິວກ່ອນເພື່ອໃຫ້ໝັ້ນໃຈຍິ່ງຂຶ້ນສາມາດໄປຕິດຕາມໄດ້ທີ່ເພຈ Dever Office👉🏻ສຳຫລັບໃຜຢາກລອງແອັດມິນແນະນຳເລີຍ ຂື້ນຊື່ວ່າ … More Dever ຕອກຍ້ຳຄວາມປັງ! ກັບແບລນໃຫມ່ Finly

ຄັ້ງແລກກັບໂຄງການຄົນຫາThe Rapper ໃນລາວ.

ເນື່ອງຈາກວ່າເປບຊີແມັກຮ່ວມກັບ ເດິ ພຣັສ ໂປຣເຈັກ ໄດ້ຈັດກິດຈະກຳ Pepsi max taste Present RAP BATTLE To The Max ຂຶ້ນມາເພາະກະແສເພງຮິບຮ໋ອບໃນຍຸກນີ້ມາແຮງທີ່ສຸດເລີຍເຮັດໃຫ້ໄວລຸ້ນລາວຕ່າງກໍ່ພາກັນໃຫ້ຄວາມສົນໃຈ ແລະ ມາສະໜັກກັນເປັນຮ້ອຍກວ່າຄົນແລະຕອນນີ້ກຳລັງຄັດເລືອກໃຫ້ເຫຼືອພຽງແຕ່ 30ຄົນສຸດທ້າຍ,ທີ່ແນ່ໆຕອນນີ້ມີຕາຕະລາງອອກມາແລ້ວ ໃຜທີ່ເປັນແຟນຄຣັບຜູ້ໃດ ຢາກເຊຍໃຜຢ່າລືມເຂົ້າໄປຕິດຕາມໄດ້ທີ່ເພຈ The Pas Party ເພາະແຕ່ລະຄົນບຊ່ທຳມະດາ ມີເອກະລັກໂດດເດັ່ນບຊ່ແພ້ກັນເລີຍ.. ກະແສ The rapper ທາງປະເທດເພື່ອນບ້ານກໍ່ມາແຮງ ແລ້ວລາວເຮົາເດສິຮ້ອນແຮງຄຶກຄື້ນຄືປະເທດອື່ນບໍ່ ແຕ່ແອັດມິນນິມັກແຮງຫລັງຈາກທີ່ໄດ້ຕິດຕາມຮອບຜ່ານມາ ຕອນນີ້ກໍ່ກຳລັງເກາະກະແສຢູ່ວ່າສິແຂ່ງຮອບ Final ມື້ໃດແທ້.. ຢ່າລືມໄປກົດຕິດຕາມທີ່ເພຈໄດ້ ມາສົ່ງເສີມວົງການ Rapper ລາວໃຫ້ກ້າວໄກສູ້ສາກົນນຳກັນທຸກຄົນ.. ແຊຣ໌ໆໆໆ

ນາທີນີ້ຕ້ອງເບິ່ງ ລາຍການມາແຮງທີ່ສຸດຕອນນີ້

ຫຼັງຈາກທີ່ທາງສາວໆອາລົມດີ ແບບ ໂອເລ້, ຕາຫນື່ງ, ໂຕຊ້າງ, ເຈ ທີ່ເຮົາເຫັນຄິບເຮຮາກັນໃນທາງໂຊໂຊວມີເດຍແຕ່ມື້ນີ້ແອັດມິນຈະພາທຸກຄົນມາຮູ້ຈັກພວກເຂົາກັນກ່ອນ 👉🏻 ເລິ່ມຈາກໂອເລ້ ເນັດໄອດໍ້ ທີ່ມາຈາກເວທີ Lao super modelເປັນສາວທີ່ງາມເຊັກຊີ່ຫມັ້ນໃຈ ແລະເປັນຫນື່ງຄົນທີ່ມີຄວາມສາມາດຫລາຍທັງເດີນແບບ ທັງການສະແດງແລະພິທີກອນ👉🏻 ຄົນທີ່ສອງ ຕາຫນື່ງ ເຊິ່ງເພິ່ນງາມຫລາຍ ແອັດມິນຈົນຄິດວ່າຜູ້ຍິງເປັນຄົນເກັ່ງ ທັງເຕັ້ນທັງມີແວວວ່າຈະຖືກສົ່ງເປັນ Miss queen ອີກ ຍ້ອນຄວາມງາມສະດຸດຕາຂອງເພິ່ນ 👉🏻 ຄົນທີ່ສາມ ເຈ ບອກເລີຍວ່າເປັນເຈົ້າແມ່ແຟຊັ່ນເພິ່ນບອກວ່າ” ແຟຊັ່ນ ບໍ່ຈຳເປັນຕ້ອງລາຄາແພງກໍ່ດູດີໄດ້ໄດ້ “ຊົມເຊີຍເດີ້ ໄອດໍ້ ແອັດມິນຄົນຫນື່ງເລີຍເພາະແອັດມິນກາບໍ່ມີເງິນຊື້ແພງແຕ່ຢາກດູດີ 🤣🙈 👉🏻 ຄົນທີ່ ສີ່ ໂຕຊ້າງ ສາວດີເຈຮ່າງອວບອີ່ມ ທີ່ເກັ່ງເລື່ອງກາຍະສິນພ້ອມທັງຄວາມສາມາດອີກຫລາກຫລາຍແລະເປັນຄົນທີ່ເອັນເຕີເທນເກັ່ງຫຼາຍ ✨ພວກເຂົາຈັບມືກັນລຸຍກັບລາຍການທີ່ຊື່ວ່າ ລີລຽວທ່ຽວລາວ ຫຼື REERIEW VARIETYທີ່ຕອນແລກພາກັນເຮັດຫລິ້ນໆ ແຕ່ຕໍ່ມາກະແສດີເກີນຄາດຈົນຕໍ່ມາໄດ້ມາເຮັດຈິງຈັງເລີຍ ເພາະ ວ່າຄົນຮຽກຮ້ອງມາຫລາຍເກີນແລະລາຍການນີ້ເຊິ່ງເປັນລາຍການວາໄລຕີ້ທີ່ພາທຸກໄປກິນໄປທ່ຽວ ໄປຟອຍກັນມ່ວນໆກັບຫລາກຫລາຍສີສັນນັບໄປເຖິງເສື້ອຜ້າຫນ້າຜົມ ຄອນເຊັບແຕ່ລະ EP ແບບຕ້ອງຕື່ນຕົກໃຈ ເຊີໄພ້ກັນທຸກວິນາທີ ສຳຫລັບໃຜທີ່ຍັງບໍ່ທັນເບິ່ງເຂົ້າໄປຕິດຕາມເພຈເພິ່ນເລີຍ … More ນາທີນີ້ຕ້ອງເບິ່ງ ລາຍການມາແຮງທີ່ສຸດຕອນນີ້

ອາຍຸກຳລັງດີ ແຖມງານດີ ແລະຍັງເປັນຜູ້ບໍລິຫານອີກ

ກ່ອນອື່ນໝົດແອັດມິນຂໍເວົ້າສັ້ນໆເນາະ ເພາະຂໍ້ມູນຍັງບໍ່ແຫນ້ນ ແຕ່ພັດຢາກເລົ່າ ເພາະງານດີແຮງງງງງງ ມາເລິ່ມກັນເລີຍເນາະ ຫຼືໃຜມີຄົນໃດແນະນນຳສົ່ງມາຫາແອັດມິນທາງເພຈໄດ້ເລີຍເດີ້ jojo miracle: ໂຈໂຈ້ ນັກຮ້ອງຫນຸ່ມທີ່ເປັນເຈົ້າຂອງທຸລະກິດຫລາຍຢ່າງ ທັງ miracle, M food ແລະອີກຫຼາຍໆ ບອກເລີຍວ່າທັງຫລໍ່ທັງລວຍກັບຫນຸ່ມຄົນນີ້, ພ້ອມນັ້ນຍັງເປັນໂປລດິວເຊີ ແລະ ຜູ້ກຳກັບຫນັງນຳອີກ ຫນ້າວຽກແຕ່ລະຢ່າງບົ່ງບອກວ່າພ້ອມເປັນຜົວໃນອານາຄົດແອັດມິນເລີຍ ຄິຄິ donavan : ຫນຸ່ມລູກຊອດຄົນນີ້ ຫບາຍຄົນອາດຈະຄຸ້ນໆຕາແນ່ ແຕ່ບອກເລີຍວ່າຄວາມຫລໍ່ບາດຕາເຕັມໆ ເພາະເປັນຜູ້ບໍລິຫານ Digital monkey , ເປັນບໍລິສັດກ່ຽວກັບດີຈີຕໍຍັກໃຫຍ່ ແລະຫຍັງດີກຣີເປັນເດັກນອກນຳອີກ ແອັດມິນຢາກທຳຄວາມຮູ້ຈັກເດ້ ຫນຸ່ມຄົນນີ້ alexson : ມາຕໍ່ທີ່ ອາເລັກທີ່ຫຼາຍໆຄົນຮູ້ດີ ກັບນັກຮ້ອງແຖວຫນ້າ ຫນຸ່ມຫຼໍ່ເຈົ້າພໍ່ພຣີເຊັນເຕີ້ ເປັນຜູ້ບໍລິຫານ ເອລິສ ທີ່ຫຼາຍໆຄົນຮູ້ຈັກດີໃນນາມສັງກັດໃຫຍ່ສຸດຂອງລາວ, ແຕ່ນອກນັ້ນແລ້ວທາງຫນຸ່ມເພິ່ນຍັງເປັນບໍລິສັດທີ່ປຶກສາການຕະຫລາດທີ່ພົວພັນບໍລິສັດໃຫຍ່ທັງໄທແລະຈີນນຳອີກດ້ວຍແລະຍັງບໍ່ພໍ ເລື້ອງວົງການເພິ່ນກໍ່ມີລາຍໄດ້ເຂົ້າແບບເຕັມທີ່ ທັງຫຼໍ່ທັງເກັ່ງ ທັງອາຍຸນ້ອຍ ພໍດີ ກຳລັງດີທັງນັ້ນ bie saiy lom yen : ໃຜເປັນຂາປະຈຳຮ້ານສາຍລົມເຢັນແນ່ … More ອາຍຸກຳລັງດີ ແຖມງານດີ ແລະຍັງເປັນຜູ້ບໍລິຫານອີກ

ຫຼາຍຄົນທ້ວງ! ວ່າຄ້າຍຄື

ສ່ອງບາບີ້ ມີແຟນຄລັບທ້ວງຫລາຍວ່າໜ້າຄ້າຍເຈົ້າຍິງໃນກາຕູນດີສນີ້ລ່າສຸດບາບີ້ໄດ້ຖ່າຍແບບຊຸດລາຕິ ຍິ່ງເຮັດໃຫ້ຫລາຍຄົນບອກວ່າດັ່ງເຈົ້າຍິງໃນກາຕູນ ທີ່ງາມມີສະເຫນ່ເຊິ່ງທາງບາບີ້ເອງກໍ່ຂອບໃຈມາກັບກະແສດັ່ງກ່າວຕົວບາບີ້ເອງໄດ້ບອກວ່າ ດີໃຈທີ່ມີຄົນທ້ວງແບບນັ້ນສ່ວນຕົວແລ້ວເປັນຄົນມັກເບິ່ງກະຕູນດິສນີ້ແລະມັກພາກສຽງຫຼີ້ນແບບເປັນຕົວລະຄອນໃນເລື່ອງຕ່າງໆແຕ່ຈະໃຫ້ວ່າຫນ້າຕາຄ້າຍບີ້ເອງຄົງບໍ່ກ້າທຽບແຕ່ມີຄົນເວົ້າຊື່ໆບີ້ກໍ່ດີໃຈແລ້ວພ້ອມນັ້ນແລ້ວຜົນງານໄວໄວນີ້ທາງບີ້ເອງກໍ່ຈະມີການສະແດງພ້ອມແຕ່ເພິ່ນຍັງບໍ່ສະມາດເລົ່າສູ່ແອັດມິນຟັງໄດ້ເອົາເປັນວ່າຕິດຕາມນາງງາມຜູ້ມີສະເຫນ່ຄົນນີ້ໄດ້ທາງຊ່ອງທາງຂອງເພິ່ນໄດ້ ພ້ອມກັບຊ່ອງທາງຄ້າຍໃຫຍ່ແບບເອລິສໄດ້ເລີຍ

ໂຫດ!!! girlgroup ລາວວົງໃຫມ່ນີ້ມີດີກວ່າທີຄິດ

ສຳຫລັບວົງນີ້ມີຊື່ວ່າ Whiz G ເປັນວົງທີ່ແອັດມິນແລະຫລາຍຄົນບອກວ່າ ໂຫດດດດດດເພາະເປັນວົງລາວເກືອບວ່າວົງທຳອິດທີ່ເຕັ້ນແບບດຸເດືອດແລະຍັງຮ້ອງຄຸນນະພາບແຮງເພາະທາງສັງກັດເອລິສ ຫລືຄ່າຍອິນດີ້ ກໍ່ປະກາດໂຕມາເອງວ່າຄັດເລືອກຈາກ ຫລາຍຮ້ອຍຄົນກວ່າຈະໄດ້ທີ່ສຳຄັນແມ່ນຫນ້າຕາແຕ່ລະຄົນບອກເລີຍວ່າດີກັນທັງນັ້ນເລີຍ ໃນວົງນຳທີມໂດຍ ປ໋ອບປີ້ ແອນນາລີ້ທາລາສິນ ເປັນອາຈານສອນເຕັ້ນ…. ໂຫ ! ແບບນີ້ຕ້ອງເປັນເວີ້ແທ້ຕໍ່ມາແມ່ນ ເອມິນາ ຕຳແຫນ່ງນັກຮ້ອງຈາກເວທີລະດັບປະເທດ ນໍ້າສຽງບອກເລິຍວ່າມ່ວນແຮງຕາມດ້ວຍປູເປ້ ສາວນາງງາມທີ່ໄດ້ຕຳແຫນ່ວຂວັນໃຈມະຫາຊົນ ທີ່ມີຄວາມສາມາດເຕັ້ນ ສະເເດງ ເດີນແບບແລະສຸດທ້າຍນ້ອງລິສດາ ກໍ່ເປັນສາວງາມດີກລີນາງງາມເຊັ່ນກັນເຊິ່ງທັງ 4 ຕ່າງກໍ່ມີຊື່ສຽງໃນວັງການຢູ່ແລ້ວກ່ອນຈະມາເປັນວົງ ຈື່ເຮັດໃຫ້ກະແສວົງນີ້ຮືຮາແລະນ່າຈັບຕາເບິ່ງຫລາຍສ່ວນຜົນງານໄດ້ຍິນວ່າຈະອອກມາບາດດຽວສອງເພງ ລໍຖ້າຫວັງວ່າຈະພາຍໃນປີນີ້ເນາະເອົາໃຈເຊຍຜົນງານຄົນລາວນຳກັນເດີ້ເປີດວາບ 4 ສາວPoppy annaly thalasinamina smilelisdar seezarnonpoupay lazabout

‘ຖ້າເຈົ້າບໍ່ພໍ’ 4ມື້ 100.000View|OhDara

ມາແຮງແຊງໂຄ້ງອີ່ຫຼີກັບເພງ ຖ້າເຈົ້າບໍ່ພໍ ຂອງສາວ ນ້ຳຝົນ ອິນທະວົງບອກໄດ້ເລີຍວ່າກຳລັງເປັນທີ່ນິຍົມໃນວົງການເພງລາວໃນປະຈຸບັນ ເພາະຫາກໍ່ປ່ອຍເພງໄດ້4ມື້ເທົ່ານັ້ນ ຍອດວິວທະລຸເປົ້າທີ່ຕັ້ງໄວ້ເຖິງ 100.000ວິວກັນເລີຍ ຖືວ່າວິວກຳລັງເດັ້ງຂຶ້ນເລື້ອຍໆນຳກົ້ນນຳກອຍເພງລຸ້ນອ້າຍເຊັ່ນໜຸ່ມຕ່າຍ ອາກາດ ທີ່ຕອນນີ້ວິວສູງເຖິງ 3.000.000ວິວແລ້ວ ກັບມາທີ່ເພງຂອງສາວນ້ຳຝົນ ເພງຖ້າເຈົ້າບໍ່ພໍຂອງສາວນ້ຳຝົນນີ້ກໍ່ຖືວ່າມ່ວນຕິດຫູ ດ້ວຍເນື້ອເພງທີ່ຖືກກັບຊີວິດຂອງໃຜຫຼາຍຄົນໃນໄລຍະນີ້ ແລະ ດົນຕຣີທີ່ຟັງງ່າຍ ຕິດຫູ ຟັງບໍ່ເບື່ອ ແລະ ອີກ1ເຫດຜົນທີ່ຂາດບໍ່ກະແມ່ນນັກສະແດງນິແຫຼະ ມີແຕ່ຄົນດັງ ໜ້າຕາດີ ໄດ້ນັກສະແດງເຈົ້າບົດບາດເຊັ່ນນ້ອງແກ້ວຕາມາຮັບບົດເປັນນາງເອກ,ນ້ອງເພັດຕະກູນ ໝຸ່ມກູ້ໄພ ເນັດໄອດໍ້ນ້ອງໃຫມ່ກະແສແຮງ ແລະ ນ້ອງລິດດາ WHiZ G Girlgroup ໜ້າຕາດີຂອງລາວ ເລີຍເຮັດໃຫ້ເພງຍິ່ງເປັນກະແສ ແອັດໄປທາງໃດກໍ່ໄດ້ຍິນເພງນີ້ ເວົ້າບໍ່ໄດ້ບາງທີເຮັດສະຖິຕິໃໝ່ 1ເດືອນ 3.000.000ວິວ ໃຜສິຮູ້ ຈັ່ງໃດກໍ່ຖ້າຕິດຕາມໄປພ້ອມກັນນໍທຸກຄົນ ສົ່ງກຳລັງໃຈໃຫ້ນັກຮ້ອງລາວ ເປັນຄົນລາວຟັງເພງລາວແນ່ກະດີ ເພງລາວດຽວນີ້ກະມີແຕ່ເພງມ່ວນໆເດີ້ ມາສົ່ງເສີມວົງການບັນເທີງບ້ານເຮົາໃຫ້ກ້າວໜ້າໄປທຽບເທົ່າສາກົນ.. (ແອັດເອົາພາບເບື້ອງຫຼັງມາຝາກນຳຈ້າ ຫາເບິ່ງໄດ້ກ່ອນໃຜກະໂອ້ດາລານິແຫຼະ ເອົ້າ.! ຢູ່ລູ່ມເດີ້ ເລື່ອນລົງໄປ) ເພງ: ຖ້າເຈົ້າບໍ່ພໍ https://www.youtube.com/watch?v=7_fWTlJXuT4 Follow Me: https://www.facebook.com/oohdara/ NamFon: … More ‘ຖ້າເຈົ້າບໍ່ພໍ’ 4ມື້ 100.000View|OhDara

ໂອກາດມາແລ້ວ.! ໃຜຢາກເຂົ້າວົງການບັນເທີງເຊີນທາງນີ້.| OhDara

ໂອກາດຂອງນ້ອງໆທີ່ມີຝັນຢາກກ້າວເຂົ້າສູ້ວົງການບັນເທີງມາຮອດແລ້ວ ທາງສັງກັດອັນດັບ1ຂອງລາວເຊັ່ນ ເອລິສ ໄດ້ໂພສປະກາດຮັບດາວດວງໃຫມ່ບໍ່ວ່າຈະເປັນ ພິທິກອນ,ນາງແບບ, Pretty Girl ໃນວັນທີ 16ທີ່ຜ່ານມາ ສຳຫຼັບໃຜທີ່ສົນໃຈຮີບໄປສະຫມັກນຳເພິ່ນໄວ້ເດີ້ ແລ້ວໂຄວິດເພິ່ນສິເລີ່ມອໍດິຊັ່ນແລເວໃດ ໄວໆເດີ້.. ຂໍ້ມູນຕາມຮູບທາງລຸ່ມເລີຍຈະ ຫຼື ຕິດຕາມໄດ້ທີ່ເພຈເລີຍ https://www.facebook.com/a.list.agencylaos/ Follow Me: https://www.facebook.com/oohdara/ #OhDara #GOODGIRL