ຊ່າງແຕ່ງໜ້າຄິວທອງມາແຮງສຸດ 2021

ນາທີ່ນີ້ຄົງບໍ່ເວົ້າເຖິງ 2 ຄົນນີ້ແມ່ນບໍ່ໄດ້ແລ້ວເພາະເປັນຊ່າງແຕ່ງໜ້າທີ່ຝີມືເທບ ກະລັນຕີການປະກວດຫຼາຍເວທີ ທີ່ເພິ່ນຄວ້າລາງວັນທີ່ 1 ມາຫຼາກຫຼາຍທັງລາວແລະໄທທີ່ສຳຄັນຄັນເປັນຊ່າງແຕ່ງໜ້າທີ່ອິນເທຣນຫຼາຍເພິ່ນມັກອັບເດດແນວໃໝ່ໆເພື່ອເປັນລູກຫຼີ້ນການແຕ່ງໄດ້ຫຼາກຫຼາຍແບບມາຮູ້ຈັກກັນແບບລະອຽດກັບຄົນທຳອິດແມ່ນ ທ້າວ ໂອເລ້ ໄຊສະຫວັນທ້າວ ພຸດທະວີ ໄຊປັນຍາທັງສອງແມ່ນອາຍຸ 20ກວ່າໆ, ຖືກວ່າເປັນເດັກໄວໜຸ່ມໄຟແຮງທີ່ຝີມືໂດດເດັ່ນແຮງ, ເຊິ່ງທັງສອງໄດ້ເລິ່ມແຕ່ງໜ້າຕັ້ງແຕ່ປີ 2014 ເຊິ່ງຄ່ອຍໆຮຽນຮູ້ຈາກລຸ້ນອ້າຍໃນວົງການແຕ່ງໜ້າ, ພ້ອມນັ້ນຍັງຮຽນຮູ້ຈາກໂລກອອນລາຍຕ່າງໆບວກກັບຄົນມີປະສົບການຕ່າງໆຂອງເພື່ອບ້ານຈົນລ່າສຸດ2021 ນີ້ຄິວຈອງແຕ່ງໜ້າເພິ່ນມາແບບແຮງແຊ່ງທາງໂຄ້ງເລີຍເພາະນອກຈາກທາງດາລາຄົນດັງຈະຕ້ອງການແຕ່ງນຳເພິ່ນແລ້ວ, ທາງໄຮໂຊວຕ່າງໆຍັງຈອງຄິວເພິ່ນແບບບໍ່ຢຸດບໍ່ເຊົາ ພ້ອມນັ້ນທາງ2ຄົນເພິ່ນຍັງເວົ້າມາອີກວ່າທາງນ້ອງເອງກໍ່ຍັງຮຽນຮູ້ແລະພັດທະນາຝີມືໄປເລື້ອຍໆ, ເພາະການແຕ່ງໜ້າບໍ່ໄດ້ແປວ່າເຮົາແຕ່ງງາມຫຼືມີຄວາມຊຳນານແລ້ວແຕ່ງມາຈະຖືກໃຈທຸກຄົນໂລດຫຼັກໆທາງເຮົາເອງຕ້ອງຮຽນພັດທະນາໄປເຖິງຈຸດທີ່ວ່າໃຜມີເຄົ້ສໂຄງໜ້າແບບໃດແລະເຫມາະແບບໃດຈື່ງຈະເຮັດໃຫ້ເຂົາເຈົ້າອອກມາດູດີແລະໝັ່ນໃຈທີ່ສຸດ ຟັງເພິ່ນເວົ້າແບບນີ້ແລ້ວຜູ້ເປັນລູກຄ້າຄົງອຸ່ນໃຈແລະວາງໃຈເພິ່ນແບບສຸດໆເລີຍ